ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Thursday, July 26, 2012

ນາວາສູຕຣ໌ : ອຸປະໝາເໝືອນເຮືອ


Nava Sutta: The Simile of the Boat "He from whom a person learns the Dhamma should be venerated, as the devas venerate Inda, their Lord.[1] He, (a teacher) of great learning, thus venerated, will explain the Dhamma, being well-disposed towards one. Having paid attention and considered it, a wise man, practicing according to Dhamma, becomes learned, intelligent and accomplished by associating himself diligently with such a teacher. "But by following an inferior and foolish teacher who has not gained (fine) understanding of the Dhamma and is envious of others, one will approach death without comprehending the Dhamma and unrelieved of doubt. "If a man going down into a river, swollen and swiftly flowing, is carried away by the current — how can he help others across? "Even so, he who has not comprehended the Dhamma, has not paid attention to the meaning as expounded by the learned, being himself without knowledge and unrelieved of doubt — how can he make others understand? "But if (the man at the river) knows the method and is skilled and wise, by boarding a strong boat equipped with oars and a rudder, he can, with its help, set others across. Even so, he who is experienced and has a well-trained mind, who is learned and dependable,[2] clearly knowing, he can help others to understand who are willing to listen and ready to receive.[3] "Surely, therefore, one should associate with a good man who is wise and learned. By understanding the meaning of what one has learned and practicing accordingly one who has Dhamma-experience[4] attains (supreme) happiness."[5] — vv. 316-323 ນາວາ ສູຕຣ໌: ອຸປະມາເໝືອນເຮືອ “ຜູ້ທີ່ໄດ້ຮຽນທັມມະ ຈາກບຸກຄົນໃດໜຶ່ງແລ້ວ ຄວນຈະໄດ້ຮັບການເຄົາລົບນັບຖື, ເໝືອນດັ່ງທວຍເທບເທວາ ເຄົາຣົບໃນພຣະອິນ ວ່າເປັນປະມຸກຂອງຕົນ. ທ່ານໃດ(ຜູ້ເປັນຄູ), ເປັນພະຫູສູດທີ່ຄວນໄດ້ຮັບການເຄົາຣົບຂາບໄຫວ້ເຊັ່ນນັ້ນ, ຈະອະທິບາຍທັມມະ, ຈະເປີດເຜີຍທັມມະດ້ວຍດີແກ່ບຸກຄົນນັ້ນໆ. ເມື່ອຕັ້ງໃຈຟັງແລະພິຈາຣະນາດ້ວຍດີໃນທັມນັ້ນແລ້ວ ບັນດິດຍ່ອມປະຕິບັດຕາມທັມ, ກາຍເປັນຜະຫູສູດ, ສະຫຼາດ, ປະສົບຜົນສຳເລັດດ້ວຍຕົນເອງໃນການເສວະນາຢ່າງຂະຫຍັນໃນຄູຜູ້ນັ້ນ. “ແຕ່ຖ້າບຸກຄົນໃດ ເມື່ອເດີນຕາມຄູຜູ້ຕ່ຳຕ້ອຍແລະເປັນຄົນຖ່ອຍ ຜູ້ທີ່ບໍ່ມີຄວາມເຂົ້າໃຈໃນຫຼັກທັມ(ອັນດີງາມ) ກໍຈະມີຄວາມອິດສາຄົນອື່ນ, ບຸກຄົນນັ້ນ ກໍຈະເຂົ້າເຖິງຄວາມຕາຍໂດຍບໍ່ເຂົ້າໃຈໃນຫຼັກທັມແລະບໍ່ສາມາດຖອນຄວາມສົງໃສໃຫ້ສິ້ນໄປ. “ຖ້າບຸກຄົນໃດລົງໄປສູ່ແມ່ນ້ຳ, ຖືກກະແສນ້ຳສູບແລະໄປພາໄປຢ່າງກະທັນຫັນ, ເຂົາຈະສາມາດຊ່ວຍເຫຼືອຄົນອື່ນໃຫ້ຂ້າມຟາກໄດ້ຢ່າງໃດ? “ເຖິງຢ່າງກໍຕາມ, ຜູ້ທີ່ຍັງບໍ່ທັນເຂົ້າໃຈໃນທັມມະ, ຍັງບໍ່ທັນງ່ຽງຫູຟັງດ້ວຍດີ ເຖິງຄວາມໝາຍທີ່ອະທິບາຍໂດຍຜູ້ຮູ້, ກໍຈະເປັນຜູ້ທີ່ປາສະຈາກຄວາມຮູ້ ແລະບໍ່ສາມາດຖອນຄວາມສົງໄສເສຍໄດ້- ເຂົາຄົນນັ້ນ ຈະເຮັດໃຫ້ຄົນອື່ນເຂົ້າໃຈໃນທັມໄດ້ຢ່າງໃດ? “ແຕ່ວ່າ ຖ້າບຸກຄົນນັ້ນ(ຜູ້ທີ່ຢູ່ແມ່ນ້ຳ) ຮູ້ວິທີແລະທັກສະແລະສະຫຼາດ, ໂດຍການພາຍເຮືອໄປຢ່າງເຂັ້ມແຂງປະກອບດ້ວຍໄມ້ພາຍແລະໃບພັດເຮືອ ເຂົາຄົນນັ້ນ ກໍຈະສາມາດຊ່ອຍເຫຼືອຄົນອື່ນ ໃຫ້ຂ້າມມົ້ມຝັ່ງອື່ນໄດ້. ເຊັ່ນດຽວກັນ, ບຸກຄົນໃດມີປະສົບການແລະຝຶກຝົນຈິດໃຈດີແລ້ວ, ຜູ້ທີ່ເປັນພະຫູສູດ(ຮຽນມາຫຼາຍແລ້ວ) ແລະເປັນທີ່ເພິ່ງພາອາໄສໄດ້, ຮູ້ຢ່າງແຈ່ມແຈ້ງ, ເຂົາກໍຈະສາມາດຊ່ວຍເຫຼືອຄົນອື່ນໃຫ້ເຂົ້າໃຈ ຜູ້ທີ່ກຳລັງຕັ້ງໃຈຟັງ ແລະຜູ້ທີ່ພ້ອມຈະຮັບຟັງ. “ດ້ວຍເຫດນີ້, ແນ່ນອນແລ້ວ, ຄົນເຮົາຄວນຄົບກັບສັດຕະບຸຣຸສ, ຜູ້ເປັນບັນດິດ, ເປັນພະຫູສູດ. ໂດຍການເຂົ້າໃຈໃນຄວາມໝາຍທີ່ໄດ້ຮຽນແລະໄດ້ປະຕິບັດຕາມຜູ້ທີ່ມີປະສົບການໃນທັມ ກໍຈະເຖິງເຊິ່ງບໍຣົມສຸກ.” ຄຳສັບໃນບົດ: accomplish(ed)(v):ປະສົບຜົນສຳເລັດ to be venerated(past participle): ເປັນທີ່ເຄົາລົບນັບຖື expound(v):ອະທິຍາຍ simile(n):ການອຸປະມາ devas(n):ເທວະດາ inda, indra(n):ພຣະອິນ venerate(v)ເຄົາລົບ well-disposed:ເປີດເຜີຍດີ, ອະທິບາຍໄດ້ດີ to become learned: ກາຍເປັນຜູ້ຮູ້, ກາຍເປັນບັນດິດ the learned(n): ຜູ້ເປັນພະຫູສູດ, ຜູ້ໄດ້ຮຽນມາຫຼາຍ an inferior and foolish teacher: ອາຈານຜູ້ຕົກຕໍ່າ ແລະໂງ່ເຂົາ to be envious of: ອິດສາ approach(v):ໃກ້, ເຂົ້າໃກ້ ເຊັ່ນ: approach the death ໃກ້ຕໍ່ຄວາມຕາຍ swollen(past participle): ກືນ, ຖືກກືນ(ແຕ່ໃນບົດໝາຍເຖິງຖືກນ້ຳດູດເອົາ) dependable(adj):ຂື້ນກັບ

Wednesday, July 11, 2012

Read everything, but forget everything!

In 2008, I met a Zen Buddhist practitioner in Vietnam during Vesak celebration. What I remembered from the conversation with him is that his motto: Read everything, but forget everything! I think his word seemed to be strange to those who like reading, but I think I understood him. The reason is that if we grasp and consume everything we read without filtering,it will constrain in your brain likens junk food that hinders your intrinsic intellectual. I think whatever we read we need to filter it.

Tuesday, July 10, 2012

Non-stop Dhamma wheel !


It has been 2600 years of the Buddha's Enlightenment. Still, His teachings are useful and beneficial for human beings, brightly shines to illuminate the world of darkness.It will always shine and never stop till the world disappears.

Nowadays, Buddhism has been changed a lot from the past due to it has encountered with destruction in the history, disappeared from the country of its origin. Luckily then it had already spread to others countries where it continued to grow until the present day. Our deep gratitude for Asoka the Emperor whose devoted son and daughter, Mahinda and Sanghamitta who later ordained and attained Arahantship and brought Buddhism into Sri Lanka where it has fully flourished and spread throughout the world. Because of them the Wheel of the Dhamma is running and will never stop!

Thursday, June 14, 2012

ທັມມະບົດຂໍ້ 233

Overcome the angry by friendliness;
Overcome the wicked by goodness;
Overcome the miser by generosity;
Overcome the liar by truth.

Dhammapada 223

ຈົ່ງເອົາຊະນະຄົນໂກດ(ຢາກຮ້າຍ) ດ້ວຍຄວາມບໍ່ໂກດ(ຄວາມເປັນມິດ);
ຈົ່ງເອົາຊະນະຄົນບໍ່ດີ ດ້ວຍຄວາມດີ;
ຈົ່ງເອົາຊະນະຄົນຂີ້ຖີ່ ດ້ວຍການໃຫ້(ໃຈກ້ວາງ);
ຈົ່ງເອົາຊະນະຄົນຂີ້ຕົວະ ດ້ວຍຄວາມຈິງ(ການເວົ້າຄວາມຈິງ.

ທັມມະບົດ ຂໍ້ 233

........
ຄຳສັບ:
ຕາມປົກກະຕິ angry,wicked ຈະເປັນຄຳຄຸນນາມ ແຕ່ເມື່ອເອົາ the ນຳໜ້າແລ້ວກໍຈະກາຍເປັນຄຳນາມ ແຕ່ສ່ວນໃຫຍ່ຈະເປັນພະຫູພົຈ(ຈຳນວນຫຼາຍ)

the angry :ຄົນໂກດ(ຄົນມັກຮ້າຍ)
the wicked:ຄົນບໍ່ດີ
the miser:ຄົນຕະໜີ່(ຄົນຂີ້ຖີ່)
the liar:ຄົນຂີ້ຕົວະ
friendliness:ມິດຕະພາບ, ຄວາມເປັນເພື່ອນ
goodness:ຄວາມດີ
generosity:ຄວາມໃຈກວ້າງ, ຄວາມເອື້ອເຟື້ອເພື່ອແຜ່
truth:ຄວາມຈິງ
overcome:ເອົາຊະນະ

Friday, February 24, 2012

ໂດຍພື້ນຖານແລ້ວ ກັມ ແມ່ນຫຍັງ?

ກັມ ຖ້າແປຕາມໂຕແລ້ວ ໝາຍເຖິງ “ການກະທຳທີ່ເປັນເຈຕະນາ”, ແລະນີ້ກ່ຽວເນື່ອງກັບຄຳສອນໃນທາງພຣະພຸດທະສາສະໜາໃນຫຼັກຂອງເຫດແລະປັດໄຈ. ພວກເຮົາເຊື່ອກັນວ່າ ການກະທຳທຸກຢ່າງທີ່ປະກອບດ້ວຍເຈຕະນາ ຈະນຳມາເຊິ່ງວິບາກກັມ(ຜົນທີ່ຕາມມາ) ບໍ່ໃນປັດຈຸບັນນະຊາດກໍໃນໜ້າ.
ຜົນຂອງກັມ ຈິ່ງບໍ່ຖືວ່າ ເປັນລາງວັນຕອບແທນຫຼືການລົງໂທດ ຕໍ່ການກະທຳທີ່ໄດ້ເຮັດລົງໄປ, ແຕ່ເປັນພຽງແຕ່ຜົນຂອງການກະທຳທີ່ເປັນເຈຕະນານັ້ນໆ. ການກະທຳທີ່ເປັນຝ່າຍດີ ກໍ່ຈະນຳມາເຊິ່ງຜົນທີ່ດີ, ແລະການກະທຳທີ່ເປັນຝ່າຍລົບ ໃນທີ່ສຸດກໍຈະນຳມາເຊິ່ງຜົນທີ່ຜົນຝ່າຍລົບ.
ຕົວຢ່າງ ເຮົາລອງມາຍົກຕົວຢ່າງຂອງເຫດແລະຜົນຂອງສິ່ງທີ່ເປັນແບບສາມັນທົ່ວໄປເຊັ່ນ, ຍົກຕົວຢ່າງເອົາຄົນທີ່ສູບຢາ, ດື່ມເຫຼົ້າ ແລະກິນຫຼາຍເກີນປະມານ ໂດຍບໍ່ໄດ້ອອກກຳລັງກາຍເປັນປົກກະຕິ. ຜົນທີ່ຈະຕາມມາ ກໍຈະເປັນໂລກເສດຖີ, ເສັ້ນເລືອດຄ້າງໃນສະໝອງ ຫຼືເປັນໂລກຫົວໃຈ ແລະໃນທີ່ສຸດກໍຈະປະເຊີນໜ້າກັບຄວາມທຸກໜັກ. ໃນທາງກົງກັນຂ້າມ, ຖ້າຫາກບຸກຄົນໃດ ພະຍາຍາມລະມັດລະວັງໃນອາຫານການກິນ ແລະດູແລຮ່າງກາຍຕົນເອງໄດ້ດີ ກໍເປັນເລື່ອງປົກກະຕິທີ່ຈະຕ້ອງມີຊີວິດທີ່ມີສຸຂະພາບດີ ແມ່ນແຕ່ໃນໄວຊະລາ.
ດ້ວຍເຫດນີ້, ບຸກຄົນຜູ້ທີ່ສ້າງຄວາມດີໄວ້ຫຼາຍ ກໍຖືວ່າເປັນຜູ້ສັ່ງສົມກັມດີເອົາໄວ້ຫຼາຍ ແລະຈະນຳມາເຊິ່ງການດຳເນີນຊີວິດທີ່ຜາສຸກແລະແຜ່ໄປສູ່ມວນມະນຸດ ຫຼືແມ່ນແຕ່ໂລກສະຫວັນທີ່ຈະໄປບັງເກີດໃນພົບໜ້າ. ໃນທາງກັບກັນ, ຖ້າບຸກຄົນໃດກະທຳແຕ່ກັມຊົ່ວເອົາໄວ້ຫຼາຍ ກໍຈະເປັນການສະສົມອະກຸສົນກັມ ອາດຈະເຮັດໃຫ້ຊີວິດຈົມປັກຢູ່ກັບອຸປະສັກບັນຫາມາກມາຍ ແລະກໍຈະໄປເກີດໃນພົບພູມທີ່ຕ່ຳ.
ກັມ ສາມາດປຽບເໝືອນເມັດພືດ. ທ່ານສາມາດທີ່ຈະເລືອກປູກເມັດພືດທີ່ປາຖະໜາຢ່າງໃຫ້ເຕີບໃຫຍ່. ດ້ວຍເຫດນີ້, ທ່ານຈິ່ງຄວນຈະຫວ່ານເມັດພືດແຫ່ງຄວາມດີເອົາໄວ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.


ສິ່ງທີ່ຄວນເອົາໃຈໃສ່ກ່ຽວກັບກັມ:

ມີພຽງກັມເທົ່ານັ້ນທີ່ເປັນສົມບັດແທ້ໆຕິດຕົວເຮົາ, ແລະເປັນສິ່ງທີ່ໄປນຳເຮົາທຸກພົບທຸກຊາດ. ທຸກຢ່າງທີ່ເກີດຂື້ນຈາກການກະທຳທີ່ເປັນເຈຕະນາທາງກາຍ, ວາຈາແລະຈິດໃຈ ປຽບເໝືອນການປູກພືດ; ແລະມັນຈະເຕີບໃຫຍ່ເມື່ອເງື່ອນໄຂພ້ອມ. ດ້ວຍເຫດນີ້ ເມື່ອທ່ານຫ່ວານພືດເຊັ່ນໃດ ກໍຈະໄດ້ຜົນເຊັ່ນນັ້ນ.



So what basically is Kamma?

Kamma literally means 'intentional action', and this refers to the Buddhist belief in the principle of Cause and Effect. We believe that every intentional act will give rise to a corresponding result, in either the present life or in a future one. The results of kamma should thus not be seen as rewards or punishments for acts done, but simply the results or outcome of any such intentional acts. Positive actions will eventually result in positive consequences, and negative actions will eventually result in negative consequences. Using an ordinary common-sense example of Cause and Effect, take a person who smokes, drinks and eats excessively without doing any regular exercise. As a result of his actions, this person will have a high likelihood of having a stroke or heart disease and ultimately go through much suffering. On the other hand, a person who watches his diet and takes good care of his body
will usually be able to have a healthy life, even in old age. Therefore, a person who has done much good and thus accumulated much positive kamma will likely enjoy a happy life and gravitate towards a Human, or even a Heavenly realm of existence in the next rebirth. Conversely, someone who has
done many bad deeds and accumulated much negative kamma may have a life plagued with difficulties, and then also be reborn in a Lower realm of existence. Kamma can also be viewed as seeds. You have the choice of the seeds you wish to grow. Therefore sow as many good seeds as you possibly can!

The importance of Kamma:

Kamma is the only possession that we really own,
and which we take with us from life to life.
Every intentional act of body,
speech and mind is like a seed planted;
that will grow when conditions are right.
Thus as you sow, so you reap.

Translated from: Anyone can go to Heaven, Just be good!

ຄຳສັບມື້ນີ້:

accumulate (verb): ສະສົມ,ສ່ັງສົມ
Kamma(noun): ກັມ, ການກະທຳ
intentional(adjective):ກ່ຽວກັບເຈຕະນາ
intentional act(noun):ການກະທຳທີ່ປະກອບດ້ວຍເຈຕະນາ
Buddhist belief(noun): ຄວາມເຊື່ອທາງພຸດທະສາສະໜາ
the Principle of cause and effect(noun): ຫລັກເຫດແລະຜົນ
a corresponding result: ຜົນຕອບສະໜອງ
outcome(verb):ຜົນທີ່ໄດ້ຮັບ
positive action(noun): ການກະທຳທີ່ເປັນຝ່າຍບອກ, ກຸສົລກັມ
negative action(noun): ການກະທຳທີ່ເປັນຝ່າຍລົບ, ອະກຸສົລກັມ
positive consequence(noun): ຜົນສືບເນື່ອງມາດີ
excessively(adverb) ຢ່າງເກີນໄປ
a heavenly realm(noun): ສວງສະຫວັນ
a lower realm of existence: ພົບພູມທີ່ຕ່ຳ.
rebirth(noun): ການເກີດໃໝ່.

Wednesday, February 22, 2012

ສິນແມ່ນຫຍັງ?

ນີ້ໝາຍເຖິງ “ສິນ” ແລະພຣະພຸດທະອົງໄດ້ຊົງແນະນຳພວກເຮົາໃຫ້ຮັກສາສິນຫ້າ ເພື່ອພ່ຳເພັງສີລະປາລະມີ :



1. ງົດເວັ້ນຈາກການພາກຊີວິດຂອງສິ່ງທີ່ມີຊີວິດທັງປວງ,
2. ງົດເວັ້ນຈາກການເອົາໃນສິ່ງທີ່ເຂົາບໍ່ໃຫ້,
3. ງົດເວັ້ນຈາກການປະພຶດຜິດໃນກາມ,
4. ງົດເວັ້ນຈາກການເວົ້າຕົວະແລະເວົ້າບໍ່ຈິງ,
5. ງົດເວັ້ນຈາກການຊົມໃຊ້ສິ່ງເສບຕິດ ແລະຢາທີ່ຜິດ.

ສິນເຫຼົ່ານີ້ ບໍ່ແມ່ນບົດບັນຍັດ, ແຕ່ເປັນກົດລະບຽບທີ່ຊາວພຸດໄດ້ຖືປະຕິບັດເພື່ອຕົນເອງ. ພວກເຂົາປະຕິບັດບໍ່ແມ່ນຍ້ອນຢ້ານຖືກລົງໂທດ ແຕ່ພວກເຮົາເຊື່ອວ່າ ການກະທຳເຊັ່ນນັ້ນ ຈະເປັນການບຽດບຽນຄົນອື່ນແລະຕົວເອງອີກດ້ວຍ.

ຕົວຢ່າງ: ພວກເຮົາບໍ່ປາຖະໜາໃຫ້ຄົນອື່ນມາຂ້າ ຫຼື ຖືກທຳຮ້າຍເຊັ່ນໃດ, ພວກເຮົາກໍຮູ້ແຈ້ງວ່າ ສັດອື່ນກໍບໍ່ປາຖະໜາທີ່ຈະຖືກຂ້າຫຼືທຳຮ້າຍເຊັ່ນກັນ. ເຊັ່ນດຽວກັນ ພວກເຮົາບໍ່ປາຖະໜາທີ່ຈະຕົກເປັນເຫຍື່ອຂອງໂຈຣະກັມ, ການຜິດປະເວນີ, ການຂີ້ຕົວະ ແລະຫຼອກລວງ, ພວກເຮົາກໍຄວນຈະຫຼີກລຽງການກະທຳເຊັ່ນນັ້ນຕໍ່ຄົນອື່ນ.

ພຣະພຸດທະອົງຍັງຊົງສົ່ງເສີມຢ່າງຍິ່ງ ໃຫ້ຫຼີກລຽງຈາກການເສບສິ່ງມືນເມົາແລະຢາເສບຕິດ. ນີ້ກໍຍ້ອນວ່າ ເມື່ອໃດທ່ານຕົກຢູ່ພາຍໃຕ້ອິດທິພົນຂອງເຫຼົ້າ ຫຼືຢາທີ່ຜິດກົດໝາຍແລ້ວ, ຫຼືບໍ່ດັ່ງນັ້ນທ່ານອາດຈະເຮັດສິ່ງໃດສິ່ງໜຶ່ງລົງໄປໂດຍບໍ່ຄາດຄິດ.

ທ່ານຄວນຈະຜິດສິນຫຼືບໍ່, ຕາມວິຖີທາງພຸດທະສາສະໜາແລ້ວຄວນຈະມີສະຕິລະວັງຕົວຢ່າງເຕັມທີ ແຕ່ຖ້າຜິດພາດໄປ ກໍພະຍາຍາມໃຫ້ເຖິງທີ່ສຸດທີ່ຈະປັບປຸງ ແລະແກ້ໄຂ ເພື່ອພະຍາຍາມຮັກສາໃຫ້ໄດ້ແຕ່ບັດນີ້.

ສີນ ເປັນພື້ນຖານຂອງທຸກສິ່ງທຸກຢ່າງ. ມັນອາດຈະເປັນຄວາມຄິດທີ່ດີ ທີ່ທ່ານຈະຕ້ອງຈື່ຈຳສິນຫ້າຈົນຂື້ນໃຈ ເພື່ອວ່າຈະໄດ້ມີສະຕິລະວັງບໍ່ໃຫ້ຜິດພາດຢູ່ຕະຫຼອດເວລາ.

ແລະເມື່ອໃດທີ່ການຮັກສາສິນຫ້າ ໄດ້ຫາກກາຍເປັນສ່ວນໜຶ່ງຂອງການປະພຶດຂອງທ່ານ, ແລ້ວພັດທະນາໃຫ້ກາຍເປັນທັດສະນະທາງແງ່ທີ່ດີ ກໍຈະກາຍເປັນການປະພຶດທີ່ເປັນທຳມະຊາດແລະງ່າຍດາຍ:

1. ການປະຕິບັດເພື່ອຄວາມບໍ່ບຽດບຽນ ແລະຄວາມກະຣຸນາ.
2. ການປະຕິບັດໃຫ້ມີຄວາມເມດຕາແລະຄວາມເອື້ອເຟື້ອເພື່ອແຜ່.
3. ການປະຕິບັດໃຫ້ມີຄວາມຊື່ສັດສຸຈະຣິດແລະຄວາມຮັບຜິດຊອບ.
4. ການປະຕິບັດໃຫ້ມີຄວາມຈິງໃຈ ແລະການເວົ້າຈາທີ່ອ່ອນຫວານ.
5. ການປະຕິບັດເພື່ອຄວບຄຸມຕົນເອງແລະການມີສະຕິ.



What is Sila?



This means 'Morality' and the Buddha advised us to observe the Five Precepts in the cultivation of Sila :

1. Abstain from killing any living beings.
2. Abstain from taking what is not given.
3. Abstain from sexual misconduct.
4. Abstain from lying and false speech.
5. Abstain from the abusive consumption of intoxicants and drugs.


These Precepts are not commandments but are rules that Buddhists take upon themselves to observe. They are observed not because of fear of punishment but because we realize that such actions harm others as well as ourselves.

For example, as we ourselves do not wish to be killed or harmed, we realize that all other beings also do not wish to be killed or harmed. Likewise as we do not wish to be victims of theft, adultery, lies and slander, we ourselves should avoid doing such acts to others. The Buddha also strongly advocated avoiding intoxicants and drugs. This is because once you have come under the influence of alcohol or illicit drugs, you are capable of committing any acts that you would not have done otherwise. Should you break the Precepts, the Buddhist way is to be fully aware that you have done so, try your best to make amends, and then resolve to try harder from then on. Morality is the foundation which everything else rests upon. It thus might be good to memorize the Five Precepts so that you can be mindful of them at all times.

And once the observing of the Five Precepts becomes an instinctive part of your behaviour, developing its positive aspects will come easily and naturally :


1. The practice of Harmlessness and Compassion.
2. The practice of Kindness and Generosity.
3. The practice of Faithfulness and Responsibility.
4. The practice of Truthfulness and Pleasant Speech.
5. The practice of Self-control and Mindfulness.

Saturday, February 11, 2012

ສາສະໜານີ້ເປັນແນວໃດ? What is this religion?

ນີ້ແມ່ນຜົນງານແປປື້ມອີກເຫຼັ້ມໜຶ່ງ ຈາກພາສາອັງກິດ ເປັນພາສາລາວ ຊື່ຫົວຂໍ້ປຶ້ມແມ່ນ What is this religion? ເຊິ່ງມີຄວາມໝາຍເປັນພາສາລາວວ່າ ສາສະໜານີ້ເປັນແນວໃດ?. ປຶ້ມນີ້ຂຽນໂດຍ ພຣະອາຈານ ດຣ. ເຄ.ສຣີ. ທັມມະນັນທະ ແປເປັນພາສາລາວໂດຍ ພຣະອາຈານ ໄຊຍະເດດ ວົງໂສພາ ຂໍເຊີນທ່ານຜູ້ອ່ານອ່ານໄດ້ຕາມສະບາຍຕາມ link ທີ່ໄດ້ເສື່ອມຕໍ່ມານີ້:

What is This Religion