ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Wednesday, February 22, 2012

ສິນແມ່ນຫຍັງ?

ນີ້ໝາຍເຖິງ “ສິນ” ແລະພຣະພຸດທະອົງໄດ້ຊົງແນະນຳພວກເຮົາໃຫ້ຮັກສາສິນຫ້າ ເພື່ອພ່ຳເພັງສີລະປາລະມີ :



1. ງົດເວັ້ນຈາກການພາກຊີວິດຂອງສິ່ງທີ່ມີຊີວິດທັງປວງ,
2. ງົດເວັ້ນຈາກການເອົາໃນສິ່ງທີ່ເຂົາບໍ່ໃຫ້,
3. ງົດເວັ້ນຈາກການປະພຶດຜິດໃນກາມ,
4. ງົດເວັ້ນຈາກການເວົ້າຕົວະແລະເວົ້າບໍ່ຈິງ,
5. ງົດເວັ້ນຈາກການຊົມໃຊ້ສິ່ງເສບຕິດ ແລະຢາທີ່ຜິດ.

ສິນເຫຼົ່ານີ້ ບໍ່ແມ່ນບົດບັນຍັດ, ແຕ່ເປັນກົດລະບຽບທີ່ຊາວພຸດໄດ້ຖືປະຕິບັດເພື່ອຕົນເອງ. ພວກເຂົາປະຕິບັດບໍ່ແມ່ນຍ້ອນຢ້ານຖືກລົງໂທດ ແຕ່ພວກເຮົາເຊື່ອວ່າ ການກະທຳເຊັ່ນນັ້ນ ຈະເປັນການບຽດບຽນຄົນອື່ນແລະຕົວເອງອີກດ້ວຍ.

ຕົວຢ່າງ: ພວກເຮົາບໍ່ປາຖະໜາໃຫ້ຄົນອື່ນມາຂ້າ ຫຼື ຖືກທຳຮ້າຍເຊັ່ນໃດ, ພວກເຮົາກໍຮູ້ແຈ້ງວ່າ ສັດອື່ນກໍບໍ່ປາຖະໜາທີ່ຈະຖືກຂ້າຫຼືທຳຮ້າຍເຊັ່ນກັນ. ເຊັ່ນດຽວກັນ ພວກເຮົາບໍ່ປາຖະໜາທີ່ຈະຕົກເປັນເຫຍື່ອຂອງໂຈຣະກັມ, ການຜິດປະເວນີ, ການຂີ້ຕົວະ ແລະຫຼອກລວງ, ພວກເຮົາກໍຄວນຈະຫຼີກລຽງການກະທຳເຊັ່ນນັ້ນຕໍ່ຄົນອື່ນ.

ພຣະພຸດທະອົງຍັງຊົງສົ່ງເສີມຢ່າງຍິ່ງ ໃຫ້ຫຼີກລຽງຈາກການເສບສິ່ງມືນເມົາແລະຢາເສບຕິດ. ນີ້ກໍຍ້ອນວ່າ ເມື່ອໃດທ່ານຕົກຢູ່ພາຍໃຕ້ອິດທິພົນຂອງເຫຼົ້າ ຫຼືຢາທີ່ຜິດກົດໝາຍແລ້ວ, ຫຼືບໍ່ດັ່ງນັ້ນທ່ານອາດຈະເຮັດສິ່ງໃດສິ່ງໜຶ່ງລົງໄປໂດຍບໍ່ຄາດຄິດ.

ທ່ານຄວນຈະຜິດສິນຫຼືບໍ່, ຕາມວິຖີທາງພຸດທະສາສະໜາແລ້ວຄວນຈະມີສະຕິລະວັງຕົວຢ່າງເຕັມທີ ແຕ່ຖ້າຜິດພາດໄປ ກໍພະຍາຍາມໃຫ້ເຖິງທີ່ສຸດທີ່ຈະປັບປຸງ ແລະແກ້ໄຂ ເພື່ອພະຍາຍາມຮັກສາໃຫ້ໄດ້ແຕ່ບັດນີ້.

ສີນ ເປັນພື້ນຖານຂອງທຸກສິ່ງທຸກຢ່າງ. ມັນອາດຈະເປັນຄວາມຄິດທີ່ດີ ທີ່ທ່ານຈະຕ້ອງຈື່ຈຳສິນຫ້າຈົນຂື້ນໃຈ ເພື່ອວ່າຈະໄດ້ມີສະຕິລະວັງບໍ່ໃຫ້ຜິດພາດຢູ່ຕະຫຼອດເວລາ.

ແລະເມື່ອໃດທີ່ການຮັກສາສິນຫ້າ ໄດ້ຫາກກາຍເປັນສ່ວນໜຶ່ງຂອງການປະພຶດຂອງທ່ານ, ແລ້ວພັດທະນາໃຫ້ກາຍເປັນທັດສະນະທາງແງ່ທີ່ດີ ກໍຈະກາຍເປັນການປະພຶດທີ່ເປັນທຳມະຊາດແລະງ່າຍດາຍ:

1. ການປະຕິບັດເພື່ອຄວາມບໍ່ບຽດບຽນ ແລະຄວາມກະຣຸນາ.
2. ການປະຕິບັດໃຫ້ມີຄວາມເມດຕາແລະຄວາມເອື້ອເຟື້ອເພື່ອແຜ່.
3. ການປະຕິບັດໃຫ້ມີຄວາມຊື່ສັດສຸຈະຣິດແລະຄວາມຮັບຜິດຊອບ.
4. ການປະຕິບັດໃຫ້ມີຄວາມຈິງໃຈ ແລະການເວົ້າຈາທີ່ອ່ອນຫວານ.
5. ການປະຕິບັດເພື່ອຄວບຄຸມຕົນເອງແລະການມີສະຕິ.



What is Sila?



This means 'Morality' and the Buddha advised us to observe the Five Precepts in the cultivation of Sila :

1. Abstain from killing any living beings.
2. Abstain from taking what is not given.
3. Abstain from sexual misconduct.
4. Abstain from lying and false speech.
5. Abstain from the abusive consumption of intoxicants and drugs.


These Precepts are not commandments but are rules that Buddhists take upon themselves to observe. They are observed not because of fear of punishment but because we realize that such actions harm others as well as ourselves.

For example, as we ourselves do not wish to be killed or harmed, we realize that all other beings also do not wish to be killed or harmed. Likewise as we do not wish to be victims of theft, adultery, lies and slander, we ourselves should avoid doing such acts to others. The Buddha also strongly advocated avoiding intoxicants and drugs. This is because once you have come under the influence of alcohol or illicit drugs, you are capable of committing any acts that you would not have done otherwise. Should you break the Precepts, the Buddhist way is to be fully aware that you have done so, try your best to make amends, and then resolve to try harder from then on. Morality is the foundation which everything else rests upon. It thus might be good to memorize the Five Precepts so that you can be mindful of them at all times.

And once the observing of the Five Precepts becomes an instinctive part of your behaviour, developing its positive aspects will come easily and naturally :


1. The practice of Harmlessness and Compassion.
2. The practice of Kindness and Generosity.
3. The practice of Faithfulness and Responsibility.
4. The practice of Truthfulness and Pleasant Speech.
5. The practice of Self-control and Mindfulness.

No comments:

Post a Comment