ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Friday, February 24, 2012

ໂດຍພື້ນຖານແລ້ວ ກັມ ແມ່ນຫຍັງ?

ກັມ ຖ້າແປຕາມໂຕແລ້ວ ໝາຍເຖິງ “ການກະທຳທີ່ເປັນເຈຕະນາ”, ແລະນີ້ກ່ຽວເນື່ອງກັບຄຳສອນໃນທາງພຣະພຸດທະສາສະໜາໃນຫຼັກຂອງເຫດແລະປັດໄຈ. ພວກເຮົາເຊື່ອກັນວ່າ ການກະທຳທຸກຢ່າງທີ່ປະກອບດ້ວຍເຈຕະນາ ຈະນຳມາເຊິ່ງວິບາກກັມ(ຜົນທີ່ຕາມມາ) ບໍ່ໃນປັດຈຸບັນນະຊາດກໍໃນໜ້າ.
ຜົນຂອງກັມ ຈິ່ງບໍ່ຖືວ່າ ເປັນລາງວັນຕອບແທນຫຼືການລົງໂທດ ຕໍ່ການກະທຳທີ່ໄດ້ເຮັດລົງໄປ, ແຕ່ເປັນພຽງແຕ່ຜົນຂອງການກະທຳທີ່ເປັນເຈຕະນານັ້ນໆ. ການກະທຳທີ່ເປັນຝ່າຍດີ ກໍ່ຈະນຳມາເຊິ່ງຜົນທີ່ດີ, ແລະການກະທຳທີ່ເປັນຝ່າຍລົບ ໃນທີ່ສຸດກໍຈະນຳມາເຊິ່ງຜົນທີ່ຜົນຝ່າຍລົບ.
ຕົວຢ່າງ ເຮົາລອງມາຍົກຕົວຢ່າງຂອງເຫດແລະຜົນຂອງສິ່ງທີ່ເປັນແບບສາມັນທົ່ວໄປເຊັ່ນ, ຍົກຕົວຢ່າງເອົາຄົນທີ່ສູບຢາ, ດື່ມເຫຼົ້າ ແລະກິນຫຼາຍເກີນປະມານ ໂດຍບໍ່ໄດ້ອອກກຳລັງກາຍເປັນປົກກະຕິ. ຜົນທີ່ຈະຕາມມາ ກໍຈະເປັນໂລກເສດຖີ, ເສັ້ນເລືອດຄ້າງໃນສະໝອງ ຫຼືເປັນໂລກຫົວໃຈ ແລະໃນທີ່ສຸດກໍຈະປະເຊີນໜ້າກັບຄວາມທຸກໜັກ. ໃນທາງກົງກັນຂ້າມ, ຖ້າຫາກບຸກຄົນໃດ ພະຍາຍາມລະມັດລະວັງໃນອາຫານການກິນ ແລະດູແລຮ່າງກາຍຕົນເອງໄດ້ດີ ກໍເປັນເລື່ອງປົກກະຕິທີ່ຈະຕ້ອງມີຊີວິດທີ່ມີສຸຂະພາບດີ ແມ່ນແຕ່ໃນໄວຊະລາ.
ດ້ວຍເຫດນີ້, ບຸກຄົນຜູ້ທີ່ສ້າງຄວາມດີໄວ້ຫຼາຍ ກໍຖືວ່າເປັນຜູ້ສັ່ງສົມກັມດີເອົາໄວ້ຫຼາຍ ແລະຈະນຳມາເຊິ່ງການດຳເນີນຊີວິດທີ່ຜາສຸກແລະແຜ່ໄປສູ່ມວນມະນຸດ ຫຼືແມ່ນແຕ່ໂລກສະຫວັນທີ່ຈະໄປບັງເກີດໃນພົບໜ້າ. ໃນທາງກັບກັນ, ຖ້າບຸກຄົນໃດກະທຳແຕ່ກັມຊົ່ວເອົາໄວ້ຫຼາຍ ກໍຈະເປັນການສະສົມອະກຸສົນກັມ ອາດຈະເຮັດໃຫ້ຊີວິດຈົມປັກຢູ່ກັບອຸປະສັກບັນຫາມາກມາຍ ແລະກໍຈະໄປເກີດໃນພົບພູມທີ່ຕ່ຳ.
ກັມ ສາມາດປຽບເໝືອນເມັດພືດ. ທ່ານສາມາດທີ່ຈະເລືອກປູກເມັດພືດທີ່ປາຖະໜາຢ່າງໃຫ້ເຕີບໃຫຍ່. ດ້ວຍເຫດນີ້, ທ່ານຈິ່ງຄວນຈະຫວ່ານເມັດພືດແຫ່ງຄວາມດີເອົາໄວ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.


ສິ່ງທີ່ຄວນເອົາໃຈໃສ່ກ່ຽວກັບກັມ:

ມີພຽງກັມເທົ່ານັ້ນທີ່ເປັນສົມບັດແທ້ໆຕິດຕົວເຮົາ, ແລະເປັນສິ່ງທີ່ໄປນຳເຮົາທຸກພົບທຸກຊາດ. ທຸກຢ່າງທີ່ເກີດຂື້ນຈາກການກະທຳທີ່ເປັນເຈຕະນາທາງກາຍ, ວາຈາແລະຈິດໃຈ ປຽບເໝືອນການປູກພືດ; ແລະມັນຈະເຕີບໃຫຍ່ເມື່ອເງື່ອນໄຂພ້ອມ. ດ້ວຍເຫດນີ້ ເມື່ອທ່ານຫ່ວານພືດເຊັ່ນໃດ ກໍຈະໄດ້ຜົນເຊັ່ນນັ້ນ.



So what basically is Kamma?

Kamma literally means 'intentional action', and this refers to the Buddhist belief in the principle of Cause and Effect. We believe that every intentional act will give rise to a corresponding result, in either the present life or in a future one. The results of kamma should thus not be seen as rewards or punishments for acts done, but simply the results or outcome of any such intentional acts. Positive actions will eventually result in positive consequences, and negative actions will eventually result in negative consequences. Using an ordinary common-sense example of Cause and Effect, take a person who smokes, drinks and eats excessively without doing any regular exercise. As a result of his actions, this person will have a high likelihood of having a stroke or heart disease and ultimately go through much suffering. On the other hand, a person who watches his diet and takes good care of his body
will usually be able to have a healthy life, even in old age. Therefore, a person who has done much good and thus accumulated much positive kamma will likely enjoy a happy life and gravitate towards a Human, or even a Heavenly realm of existence in the next rebirth. Conversely, someone who has
done many bad deeds and accumulated much negative kamma may have a life plagued with difficulties, and then also be reborn in a Lower realm of existence. Kamma can also be viewed as seeds. You have the choice of the seeds you wish to grow. Therefore sow as many good seeds as you possibly can!

The importance of Kamma:

Kamma is the only possession that we really own,
and which we take with us from life to life.
Every intentional act of body,
speech and mind is like a seed planted;
that will grow when conditions are right.
Thus as you sow, so you reap.

Translated from: Anyone can go to Heaven, Just be good!

ຄຳສັບມື້ນີ້:

accumulate (verb): ສະສົມ,ສ່ັງສົມ
Kamma(noun): ກັມ, ການກະທຳ
intentional(adjective):ກ່ຽວກັບເຈຕະນາ
intentional act(noun):ການກະທຳທີ່ປະກອບດ້ວຍເຈຕະນາ
Buddhist belief(noun): ຄວາມເຊື່ອທາງພຸດທະສາສະໜາ
the Principle of cause and effect(noun): ຫລັກເຫດແລະຜົນ
a corresponding result: ຜົນຕອບສະໜອງ
outcome(verb):ຜົນທີ່ໄດ້ຮັບ
positive action(noun): ການກະທຳທີ່ເປັນຝ່າຍບອກ, ກຸສົລກັມ
negative action(noun): ການກະທຳທີ່ເປັນຝ່າຍລົບ, ອະກຸສົລກັມ
positive consequence(noun): ຜົນສືບເນື່ອງມາດີ
excessively(adverb) ຢ່າງເກີນໄປ
a heavenly realm(noun): ສວງສະຫວັນ
a lower realm of existence: ພົບພູມທີ່ຕ່ຳ.
rebirth(noun): ການເກີດໃໝ່.

No comments:

Post a Comment