ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Thursday, June 14, 2012

ທັມມະບົດຂໍ້ 233

Overcome the angry by friendliness;
Overcome the wicked by goodness;
Overcome the miser by generosity;
Overcome the liar by truth.

Dhammapada 223

ຈົ່ງເອົາຊະນະຄົນໂກດ(ຢາກຮ້າຍ) ດ້ວຍຄວາມບໍ່ໂກດ(ຄວາມເປັນມິດ);
ຈົ່ງເອົາຊະນະຄົນບໍ່ດີ ດ້ວຍຄວາມດີ;
ຈົ່ງເອົາຊະນະຄົນຂີ້ຖີ່ ດ້ວຍການໃຫ້(ໃຈກ້ວາງ);
ຈົ່ງເອົາຊະນະຄົນຂີ້ຕົວະ ດ້ວຍຄວາມຈິງ(ການເວົ້າຄວາມຈິງ.

ທັມມະບົດ ຂໍ້ 233

........
ຄຳສັບ:
ຕາມປົກກະຕິ angry,wicked ຈະເປັນຄຳຄຸນນາມ ແຕ່ເມື່ອເອົາ the ນຳໜ້າແລ້ວກໍຈະກາຍເປັນຄຳນາມ ແຕ່ສ່ວນໃຫຍ່ຈະເປັນພະຫູພົຈ(ຈຳນວນຫຼາຍ)

the angry :ຄົນໂກດ(ຄົນມັກຮ້າຍ)
the wicked:ຄົນບໍ່ດີ
the miser:ຄົນຕະໜີ່(ຄົນຂີ້ຖີ່)
the liar:ຄົນຂີ້ຕົວະ
friendliness:ມິດຕະພາບ, ຄວາມເປັນເພື່ອນ
goodness:ຄວາມດີ
generosity:ຄວາມໃຈກວ້າງ, ຄວາມເອື້ອເຟື້ອເພື່ອແຜ່
truth:ຄວາມຈິງ
overcome:ເອົາຊະນະ

No comments:

Post a Comment