ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Saturday, January 21, 2012

ບໍຣົມຄູຜູ້ຍິ່ງໃຫຍ່

ຜູ້ກໍ່ຕັ້ງສາສະໜາທີ່ເປັນເອກະລັກໂດດເດັ່ນນີ້ ບໍ່ແມ່ນຜູ້ເລິກລັບ ແຕ່ເປັນບໍຣົມຄູຜູ້ຍິ່ງໃຫຍ່ທີ່ເຄີຍດຳລົງຊີວິດຢູ່ຈິງໃນໂລກນີ້. ພຣະອົງບໍ່ເຄີຍປະກາດຕົນເອງວ່າ ເປັນຜູ້ວິເສດ ແຕ່ເປັນພຽງມະນຸດຜູ້ໜຶ່ງທີ່ຮູ້ແຈ້ງສັດຈະທັມ, ປິດສະໜາຂອງຊີວິດ ແລະສາເຫດທີ່ແທ້ຈິງຂອງຄວາມທຸກ ແລະຄວາມສຸກ. ໃນປັດຈຸບັນ ບໍຣົມຄູອົງນີ້ ບໍ່ພຽງແຕ່ໄດ້ຮັບການໃຫ້ກຽດຍົກຍ້ອງຈາກບັນດາສາວົກ ແຕ່ຍັງໄດ້ຮັບການຍົກຍ້ອງຈາກປັນຍາຊົນຜູ້ທີ່ອົບຮົມດີແລ້ວໃນທົ່ວໂລກ. ບຸກຄົນຜູ້ປະເສີດ, ນັກອິດສະພາບ, ນັກປະຕິຮູບສັງຄົມ, ນັກປະຊາທິປະໄຕ ແລະທັງເປັນແຮງບັນດານໃຈໃນການດຳເນີນຊີວິດທີ່ສູງສົ່ງທ່ານນີ້ ໄດ້ດັບຂັນທະປະຣິນິບພານໄປແລ້ວຕອນອາຍຸໄດ້ 80 ພັນສາ, ເຫຼືອໄວ້ແຕ່ຈະຣິຍະທັມອັນປະເສີດແກ່ມວນມະນຸດຊາດ ເພື່ອນຳເອົາໄປໃຊ້ເປັນວິທີທາງໃນການກຳຈັດເຊິ່ງຄວາມທຸກ, ຄວາມຂັດຂ້ອງໝອງໃຈ, ຄວາມຕຶງຄຽດ, ຄວາມຢ້ານ ແລະຄວາມກັງວົນໃຈທັງຫຼາຍ, ກໍ່ໃຫ້ເກີດຄວາມສຸກໃນຊີວິດນີ້ ແລະຊີວິດໃນພາຍພາກໜ້າ ນຳໄປສູ່ການຫຼຸດພົ້ນຈາກຄວາມທຸກທີ່ສູງສຸດຂອງມວນມະນຸດຊາດ.



ພຣະບໍຣົມຄູອົງນີ້ ຊົງປອບໃຈບຸກຄົນຜູ້ທີ່ປະສົບກັບຄວາມສູນເສຍ ດ້ວຍພຣະວາຈາທີ່ອ່ອນໂຍນ. ພຣະອົງຊົງຊ່ວຍເຫຼືອຄົນທຸກທີ່ຖືກປ່ອຍປະລະໄລ. ພຣະອົງຊົງໃຫ້ກຽດຊີວິດຂອງຄົນທີ່ກຳລັງຫຼົງທາງ ແລະລ້າງມົນທິນຊີວິດຂອງຜູ້ທີ່ກຳ ລັງເປັນອາຊະຍາກອນ. ພຣະອົງຊົງໃຫ້ກຳລັງໃຈແກ່ຄົນຜູ້ອ່ອນແອ ແລະປະສານຄວາມສາມັກຄີແກ່ຜູ້ຄົນທີ່ກຳລັງແຕກແຍກ, ໃຫ້ແສງສະຫວ່າງແກ່ຜູ້ທີ່ກຳລັງບອດໄບ້ອະວິດຊາ, ເຜີຍຄວາມກະຈ່າງແຈ້ງແກ່ຜູ້ທີ່ກຳລັງມຶດມົນ, ຍົກສູງລະດັບຈິດໃຈແກ່ຜູ້ທີ່ມີຕະກູນດີ, ທັງຄົນຮັ່ງມີ ແລະຄົນທຸກ, ທັງນັກບວດ ແລະອາຊະຍາກອນລ້ວນແຕ່ເຄົາລົບຮັກຕໍ່ພຣະອົງ. ທັງພຣະຣາຊາຜູ້ເປັນຈອມຜະເດັດການ ແລະພຣະຣາຊາຜູ້ຊົງທັມ, ທັງເຈົ້າຊາຍຜູ້ທີ່ໄດ້ຮັບຄວາມນິຍົມໂດດເດັ່ນ ແລະບໍ່ໂດດເດັ່ນ ແລະບັນດາອະຣິຍະຊົນ, ເສດຖີຜູ້ໃຈເອື້ອເຟື້ອ ແລະຂີ້ຖີ່, ທັງນັກປາດຜູ້ໂອ້ອວດ ແລະຖ່ອມຕົນ, ຄົນອະນາຖາ ແລະຄົນຈົນ, ທັງຄົນເດີນຖະໜົນຊອກເສດອາຫານກິນໄປວັນໆ, ຄາຕະກອນຜູ້ປ່າເຖື່ອນ, ນາງບຳເລີຜູ້ຖືກຢຽບຫຍາມ ທຸກຄົນລ້ວນແຕ່ໄດ້ຮັບປະໂຫຍດ ແລະສາມາດດຳເນີນຊີວິດທີ່ສະຫງົບປະເສີດຈາກການໄດ້ຟັງຄຳສອນທີ່ປ່ຽມດ້ວຍປັນຍາ ແລະມະຫາກະຣຸນາຂອງພຣະອົງ.



ແບບຢ່າງອັນປະເສີດຂອງພຣະອົງ ເປັນເໝືອນບໍ່ເກີດຂອງແຮງບັນດານໃຈຕໍ່ທຸກຄົນ. ພຣະພັກ(ໃບໜ້າ)ອັນສະຫງົບເຢືອກເຢັນ ແລະສັນຕິສຸກຂອງພຣະອົງ ເປັນພາບທີ່ກໍ່ໃຫ້ເກີດຄວາມສະຫງົບຜ່ອນຄາຍຢ່າງຍິ່ງແກ່ສາຍຕາຂອງຜູ້ສັດທາທີ່ໄດ້ພົບເຫັນ. ຄຳສອນທີ່ກໍ່ໃຫ້ເກີດສັນຕິພາບ ແລະຄວາມອົດທົນເປັນທີ່ຍອມຮັບຕໍ່ທຸກຄົນດ້ວຍຄວາມສຸກເໜືອພັນລະນາ ແລະທັງຍັງເປັນປະໂຫຍດອັນນິລັນດອນສຳລັບທຸກຄົນ ຜູ້ທີ່ມີໂອກາດໂຊກດີໄດ້ຮັບຟັງ ແລະປະຕິບັດຕາມ. ປະນິທານອັນເຂັ້ມແຂງ, ພຣະປັນຍາອັນເລິກເຊິ່ງຄຳພີລະພາບ, ຄວາມຮັກອັນເປັນສາກົນ, ພຣະມະຫາກະຣຸນາທີ່ເປັນອັບປະມັນຍາ(ໄຮ້ເຂດແດນ), ການໃຫ້ຄວາມຊ່ວຍເຫຼືອທີ່ບໍ່ເຫັນແກ່ຕົວ, ການສະລະຕົນອອກບວດທີ່ເປັນເຫດການປະຫວັດ ສາດ, ຄວາມບໍລິສຸດບໍລິບູນ, ມີບຸກຄະລິກທີ່ມີສະຫງ່າງາມ, ແບບວິທີການດຳເນີນຊີວິດທີ່ເປັນແບບຢ່າງໃຊ້ໃນການແນະນຳຄຳສອນຂອງພຣະອົງ ແລະຜົນສຳເລັດອັນສຸດທ້າຍ-ອົງປະກອບປັດໄຈທຸກຢ່າງເຫຼົ່ານີ້ ລ້ວນແຕ່ເປັນແຮງບັນດານໃຈໃຫ້ແກ່ໜຶ່ງສ່ວນຫ້າຂອງຈຳນວນປະຊາກອນໃນໂລກປັດຈຸບັນ ລ້ວນຊໍ່ຊ້ອງສາທຸການຕໍ່ພຣະບໍຣົມຄູອົງນີ້ແລະໃຫ້ກຽດພຣະອົງໃນນາມເປັນຜູ້ສອນສາສະໜາທີ່ປະເສີດຂອງພວກເຂົາ.



ພຣະບໍຣົມຄູຜູ້ປະເສີດພຣະອົງນີ້ ໄດ້ເສຍສະລະຄວາມສຸກທາງໂລກຂອງຕົນ ເພື່ອສະແຫວງຫາທາງພົ້ນທຸກຂອງມວນມະນຸດ ເພື່ອຊີ້ທາງແຫ່ງການຫຼຸດພົ້ນອອກຈາກກອງທຸກ. ພຣະອົງໄດ້ໄປຢ້ຽມຢາມຄົນທຸກຈົນເຂັນໃຈ ໃນຂະນະທີ່ພຣະຣາຊາແລະເສນາຣາຊມົນຕີເຂົ້າເຝົ້າພຣະອົງ. ເປັນເວລາ 45 ພັນສາ ຫຼັງຈາກຕັດສະຮູ້ແລ້ວ ພຣະອົງໄດ້ອຸທິດຊີວິດເພື່ອຊ່ວຍເຫຼືອມວນມະນຸດ ເພື່ອໃຫ້ເກີດສະຕິປັນຍາຮູ້ແຈ້ງແລະຊົງຊີ້ຫົນທາງແຫ່ງການຮູ້ແຈ້ງແກ່ເພື່ອນມະນຸດຜູ້ທີ່ຫຼົງທາງ.

ພຣະບໍຣົມຄູ ບໍ່ໄດ້ຢ່ອນຢ້ານຕໍ່ຜູ້ໃດ ແລະກໍບໍ່ເຮັດໃຫ້ຄົນອື່ນຢ້ານອີກ. ນີ້ແມ່ນໜຶ່ງໃນຫຼັກການທີ່ຄວນສ້າງສົມໄວ້ໃນໂລກຂອງພວກເຮົາ ທີ່ເຕັມໄປດ້ວຍສົງຄາມ ເຊິ່ງເປັນສະຖານທີ່ທີ່ມີສິ່ງທີ່ມີຄ່າທີ່ສຸດ-ນັ້ນຄືຊີວິດ ທີ່ອຸທິດບູຊາແກ່ອຳ ນາດອຳມະຫິດຂອງສົງຄາມ ບ່ອນທີ່ອາວຸດສົງຄາມໄດ້ກໍ່ໃຫ້ເກີດຄວາມຢ້ານກົວ, ຄວາມເຄັ່ງຄຽດ ແລະກຽດຊັງ.

ພຣະອົງເປັນນັກວິທະຍາສາດທີ່ເລີດທີ່ສຸດໃນສາຂາສາດແຫ່ງຊີວິດ ທັງຍັງເປັນນັກຈິດຕະວິທະຍາທີ່ສົມບູນແບບ ຜູ້ເຊິ່ງສາມາດວິເຄາະທຳມະຊາດທີ່ແທ້ຈິງຂອງຈິດໄດ້ ດ້ວຍເຫດນີ້ເອງ ຄຳສອນຂອງພຣະອົງຈິ່ງຖືກປະກາດຮັບຮູ້ວ່າ ເປັນພຽງສາສະໜາດຽວເທົ່ານັ້ນ ທີ່ມີລັກສະນະທາງວິທະຍາສາດ.



ຕໍ່ນັກປັດຊະຍາຜູ້ຍິ່ງໃຫຍ່ ແລະນັກຄິດທີ່ປາສະຈາກອະຄະຕິ, ພຣະອົງເປັນເໝືອນບໍຣົມຄູຜູ້ທີ່ເຂົ້າໃຈໃນທັດສະນະທີ່ຖືກຕ້ອງຂອງສະພາວະການຂອງໂລກ. ຕໍ່ນັກສີລະທັມແລ້ວ ພຣະອົງເປັນຜູ້ມີສີລະທັມອັນສູງສົ່ງ ແລະເປັນສັນຍະລັກຂອງຄວາມສົມບູນແບບທີ່ສຸດ. “ພຣະອົງເປັນແບບຢ່າງທີ່ສົມບູນ ຕໍ່ຄຳສອນທຸກຢ່າງທີ່ໄດ້ສັ່ງສອນ”. ຕໍ່ນັກເຫດຜົນ, ພຣະອົງເປັນບໍຣົມຄູຜູ້ມີຈິດໃຈຫຼຸດພົ້ນແລ້ວ ແລະເປັນຜູ້ທີ່ເປັນແຮງບັນດານໃຈຜູ້ຄົນໃນການຄົ້ນຄິດຢ່າງເປັນອິດສະຫຼະໂດຍປາສະຈາກຄວາມເຊື່ອແບບລັດທິຄຳພີຕາຍຕົວ. ຕໍ່ຄົນທີ່ບໍ່ເຊື່ອເລື່ອງພຣະເຈົ້າ, ເຂົາຈະເຫັນວ່າພຣະອົງເປັນຜູ້ທີ່ມີຄວາມກະຣຸນາ, ເຂົ້າໃຈ ແລະເປັນບັນດິດ.

ພຣະພຸດທະອົງເປັນຜູ້ທີ່ດຶງດູດຄວາມສົນໃຈຕໍ່ບັນດາຄູສອນສາສະໜາທັງຫຼາຍຢ່າງບໍ່ຕ້ອງສົງໄສ. ພຣະອົງບໍ່ເຄີຍໃຊ້ວິທີການແບບບັງຄັບ ຫຼືຄວາມຢ້ານກົວເພື່ອດຶງດູດໃຫ້ຄົນປ່ຽນສາສະໜາ. ພຣະອົງໄດ້ສະເໜີວິທີທາງແຫ່ງການດຳເນີນຊີວິດທາງສາສະໜາເພື່ອປວງຊົນ ໃຫ້ກາຍເປັນຄົນຖືສາສະໜາໂດຍປາດສະຈາກຄວາມຢຶດຕິດຖືໝັ້ນໃນເຄື່ອງໝາຍສາສະໜາໃດໆ.

ພຣະອົງເປັນຜູ້ທີ່ຮັບໃຊ້ມວນມະນຸດຜູ້ທີ່ຖ່ອມຕົນ, ບໍ່ຫວັ່ນໄຫວຕໍ່ຄຳຕຳນິຕິຊົມ, ແລະບໍ່ຫວັ່ນໄຫວຕໍ່ໂຣຄາພະຍາດທີ່ໜັກໜ່ວງທີ່ສຸດ.



A GREAT TEACHER



The founder of this unique religion is not a myth but a Great Teacher who really lived in this world. He never tried to introduce himself as a supernatural being but as a human being who realized the truth, the secret of life and the real cause of suffering and happiness. Today this Teacher is not only honoured by hundreds of millions of his followers but also by every cultured and intellectual man throughout the world. This Noble man, this Liberator, this Social Reformer, this Democrat and Inspirer into higher living, passed away at the age of eighty leaving behind a noble code for humanity to utilize as a means for the elimination of human suffering, misery, tension, fear and worry, consequently gaining happiness in this life and the life hereafter leading to ultimate liberation of all human suffering.



This Great Teacher comforted the bereaved by His consoling words. He helped the poor that were neglected. He ennobled the lives of the deluded and purified the corrupted lives of criminals. He encouraged the feeble, united the divided, enlightened the ignorant, clarified the mystic, elevated the base and dignified the noble. Both rich and poor, saints and criminals loved Him alike. Despotic and righteous Kings, famous and obscure princes and nobles, generous and stingy millionaires, haughty and humble scholars, destitute, paupers, down trodden scavengers, wicked murderers, despised courtesans – all benefited to lead a peaceful noble life by His words of wisdom and compassion.



His noble example was a source of inspiration to all. His serene and peaceful countenance was indeed a soothing sight to the pious eyes. His message of peace and tolerance was welcome by all with indescribable joy and was of eternal benefit to everyone who had the fortune to hear and practise it. His iron will, profound wisdom, universal love, boundless compassion, selfless service, historic renunciation, perfect purity, magnetic personality, exemplary methods employed to introduce His Teachings and His final success – all these factors have inspired about one fifth of the population of the world today to hail this teacher and to honour him as their supreme religious master.



This noble Teacher scarified his worldly pleasures for the sake of suffering humanity to seek the Truth in order to show the path of deliverance from suffering. He visited the poor people whilst Kings and Ministers visited him. For forty five years after his enlightenment he had dedicated his life for enlightening misguided human beings.



This great Teacher feared none nor did He instill fear in anyone. This is one of the principles that should be cultivated in this war-torn world of ours where the most precious thing – life – is sacrificed at the altar of brute force and where armaments are creating fear, tension and hatred.



He was the perfect scientist in the field of life. He was the perfect psychologist who was able to analyse the real nature of the mind – so much so that His teaching was acclaimed as the only scientific religion.

To great philosophers and unbiased thinkers, he is a teacher who understood worldly conditions in its proper perspective. To moralists He has the highest code of discipline and He is the symbol of perfection. ‘He was the perfect model of all the virtues he preached’. To rationalists, he is the most liberal minded religious teacher who appreciated the vexed human problems. To free-thinkers, He is a religious teacher who encouraged people to think freely without depending on religious dogmas. To agnostics, he is a very kind, understanding and wise man.



He was no doubt the most persuasive of all the religious Teachers. He never used compulsion or fear as a means of gaining converts. He has introduced a religious way of life for people to be religious even without the attachment of a religious label.

He was the humble servant of humanity, unperturbed by either praise or blame, and undeterred even by the most acute illness.

No comments:

Post a Comment