ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Saturday, January 21, 2012

ຄຳສັບມື້ນີ້

a Great Teacher: ບໍຣົມຄູ, ພຣະສາສະດາ, ພຣະຕະຖາຄົດ(ມັກຂຽນເປັນໂຕໃຫຍ່)
a myth: ຄວາມລຶກລັບ, ສິ່ງທີ່ເປັນເທບນິຍາຍ.
a supernatural being: ສິ່ງທີ່ຢູ່ເໜືອທຳມະຊາດ, ເທບພະເຈົ້າ.
Noble man: ອະຣິຍະຊົນ( ຄົນຜູ້ປະເສີດ, ຜູ້ມີຖານະຕະກູນດີໃນສັງຄົມ)
Liberator: ນັກອິດສະຫຼະ
social reformer: ນັກປະຕິຮູບສັງຄົມ
democrat: ນັກປະຊາທິປະໄຕ
Inspirer: ຜູ້ເປັນແຮງບັນດານໃຈ
ultimate liberation: ການຫຼຸດພົ້ນທີ່ສູງສຸດ(ໝາຍເຖິງພຣະນິບພານ)
the noble: ອະຣິຍະຊົນ, ຄົນຜູ້ມີຕະກູນດີ
despotic(a): ກ່ຽວກັບການມີອຳນາດເດັດຂາດ, ກ່ຽວກັບການຜະເດັດການ
Despotic and righteous kings: ພຣະຣາຊາຈອມຜະເດັດການ ແລະພຣະຣາຊາຜູ້ຊົງທັມ
destitute:(a) ຢ່າງອັດຕະຄັດຂັດສົນ, ຢ່າງສິ້ນເນື້ອປະດາຕົວ, (n) ຄົນທຸກໄຮ້ເຂັນໃຈ, ຄົນທຸກຍາກປາກໝອງ, ຄົນທຸກ
down trodden scavenger(s): ຄົນເດີນຖະໜົນຊອກຫາເສດອາຫານກິນໄປວັນໆ
courtesans: ນາງລຳ, ຍິງງາມເມືອງ, ໂສເພນີ
tolerance:ຄວາມອົດທົນອົດກັ້ນ, ຄວາມມີໃຈກ້ວາງ
iron will: ປະນິທານອັນໝັ້ນແກ່ນ, ປະນິທານທີ່ເຂັ້ມແຂງ, ປະນິທານທີ່ບໍ່ຫວັ່ນໄຫວ, ປະນິທານທີ່ຕັ້ງໝັ້ນ
profound wisdom: ປັນຍາອັນເລິກເຊິ່ງ, ປັນຍາອັນເລິກເຊິ່ງຄຳພີລະພາບ, ປັນຍາອັນສຸຂຸມຄຳພີລະພາບ.
universal love: ຄວາມຮັກທີ່ເປັນສາກົນ, ຄວາມເມດຕາ.
boundless compassion: ຄວາມກະລຸນາທີ່ໄຮ້ພົມແດນ, ຄວາມກະລຸນາທີ່ເປັນອັບປະມັນຍາ
selfless service: ການຊ່ວຍເຫຼືອຄົນອື່ນໂດຍບໍ່ຫວັງສິ່ງຕອບແທນ, ການຊ່ວຍເຫຼືອຄົນອື່ນແບບບໍ່ເຫັນແກ່ຕົວ.
historic renunciation: ການອອກບວດຢ່າງເປັນປະຫວັດການ, ການສະຫຼະຣາຊະສົມບັດທີ່ເຄີຍມີມາໃນປະຫວັດສາດ, ການເດີນຕາມເສັ້ນທາງເນກຂັມມະທີ່ເປັນປະຫວັດການ
perfect purity: ຄວາມບໍລິສຸດທີ່ສົມບູນແບບ, ຄວາມບໍລິສຸດຜຸດຜ່ອງທີ່ສຸດ
magnetic personality: ມີບຸກຄະລິກທີ່ດຶງດູດໃຈ, ມີບຸກຄະລິກທີ່ມີມົນຂັງ, ມີບຸກຄະລິກອັນສະຫງ່າງາມ
war-torn world: ໂລກທີ່ເຕັມໄປດ້ວຍສົງຄາມ, ໂລກທີ່ຖືກຫຍຳ່ຍີດ້ວຍສົງຄາມ.
armament(s): ອາວຸດສົງຄາມ, ການສົງຄາມ
unbiased thinker(s): ນັກຄິດທີ່ບໍ່ມີອະຄະຕິ
moralist(s): ນັກສີລະທັມ
rationalist(s): ນັກເຫດຜົນ
free-thinker(s): ນັກຄິດອິດສະຫຼະ(ບໍ່ເຊື່ອໃນສາສະໜາໃດ)
agnostics: ຜູ້ບໍ່ເຊື່ອໃນເທບພະເຈົ້າ(ບໍ່ເຊື່ອວ່າພຣະເຈົ້າສ້າງໂລກ)
compulsion: ການບັງຄັບ
convert(v): ການຫັນປ່ຽນ, ການຫັນໃຫ້ຄົນອື່ນມານັບຖືໃນອຸດົມການ ຫຼື ສາສະໜາຂອງຕົນ(ປ່ຽນສາສະໜາ)
gaining converts: ການຫັນໃຫ້ຄົນອື່ນມານັບຖືສາສະໜາຂອງຕົນ
conversion(n) : ການປ່ຽນສາສະໜາ
(ຖ້າໃຊ້ກັບທະນາຄານ :ໝາຍເຖິງການປ່ຽນຈາກຕະກູນເງິນໜຶ່ງໄປອີກຕະກູນເງິນໜຶ່ງ).

No comments:

Post a Comment