ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Sunday, January 15, 2012

ມັດຊິມາປະຕິປະທາ(ທາງສາຍກາງ)

ມັດຊິມາປະຕິປະທາ(ທາງສາຍກາງ)

ສາສະໜາທີ່ນຳສະເໜີໃນປຶ້ມນ້ອຍໆເຫຼັ້ມນີ້ ເປັນສາສະໜາທີ່ກ່ຽວກັບລະບົບການສຶກສາແລະພາກປະຕິບັດ ເພື່ອການພັດທະນາຈິດໃຈ ເຊິ່ງໄດ້ເຜີຍແຜ່ແກ່ໂລກນີ້ເປັນເວລາ 25 ສະຕະວັດຜ່ານມາ ໂດຍພຣະບໍຣົມມະຄູຜູ້ຕັດສະຮູ້ແລະມີພຣະມະຫາກະຣຸນາທິຄຸນຢ່າງຍິ່ງ. ພຣະສາສະໜານີ້ ເປັນທີ່ຮູ້ຈັກອີກຊື່ໜຶ່ງໃນນາມຂອງ ມັດຊິມາປະຕິປະທາ ເຊິ່ງເປັນຫົນທາງຂອງການດຳເນີນຊີວິດຢ່າງຖືກຕ້ອງ, ເປັນລະບົບປຣັຊຍາຈະຣິຍະທັມ ແລະເປັນສາສະໜາແຫ່ງເສລີພາບແລະເຫດຜົນ. ໂດຍມີຄຳສອນຢູ່ສາມຫຼັກການໃຫຍ່ຄື: “ການງົດເວັ້ນຈາກການເຮັດຄວາມຊົ່ວທັງປວງ, ການສ້າງແຕ່ຄວາມດີ ແລະຊຳລະຈິດໃຈໃຫ້ຜ່ອງໃສ.”
ຄຳເວົ້ານີ້ເບິ່ງຄືວ່າ ທຳມະດາ, ມີຄວາມໝາຍດີ, ຄືຊິປະຕິບັດຕາມໄດ້, ແຕ່ວ່າ ຄົນສ່ວນໃຫຍ່ເຫັນວ່າຍາກພໍສົມຄວນທີ່ຈະນຳເອົາໄປປະຕິບັດຕົວຈິງ ເນື່ອງຈາກມະນຸດມີຄວາມອ່ອນແອມາແຕ່ເດີມຢູ່ແລ້ວ. ການປະພຶດທາງສີລະທັມຂອງມະນຸດ ເປັນພາກສ່ວນທີ່ສຳຄັນທີ່ສຸດໃນສາສະໜານີ້. ພຣະຕະຖາຄົດເຄີຍຕັດເອົາໄວ້ວ່າ: ຄຳສອນຂອງເຮົາຕະຖາຄົດ ບໍ່ໄດ້ມີໄວ້ເພື່ອໃຫ້ມາເຊື່ອຖືໂລດ, ແຕ່ໃຫ້ທ່ານຈົ່ງມາເບິ່ງ ແລະປະຕິບັດຕາມເຖີດ. ເປັນສາສະໜາທີ່ສົ່ງເສີມໃຫ້ຄົນມາສຶກສາຕາມຄຳສອນຂອງພຣະພຸດທະອົງຢ່າງເລິກເຊິ່ງ ແລະເປີດໂອກາດໃຫ້ພິນິດພິຈາລະນາດ້ວຍຕົນເອງ ແລ້ວຈິ່ງຕັດສິນໃຈຍອມຮັບນັບຖືຕາມຄຳສອນ ຫຼື ຈະບໍ່ນັບຖືກໍໄດ້. ບໍ່ມີໃຜຈະຖືກບັງຄັບໃຫ້ມານັບຖືສາສະໜານີ້ຢ່າງງົມງາຍໂດຍປາດສະຈາກການທຳຄວາມເຂົ້າໃຈໃນຄຳສອນເສຍກ່ອນ.
ສຳລັບຮູບການພິທີກັມຕ່າງໆ ບໍ່ແມ່ນຄຸນຄ່າຫຼືສິ່ງສຳຄັນແທ້ຈິງຂອງສາສະໜາ. ໃນສາສະໜານີ້ ບໍ່ໄດ້ມີການເຊື່ອຖືແບບງົມງາຍ ແລະການປະຕິບັດຫຼືຄຳສອນທີ່ລຶກລັບໃດໆ. ທຸກຢ່າງແມ່ນເປີດເຜີຍແລະເປີດໂອກາດໃຫ້ຜູ້ປະຕິບັດຕາມ ມີເສລີ ພາບໃນການພິສູດຄຳສອນແລະຕັ້ງຖາມໃນສິ່ງທີ່ພວກເຂົາເຈົ້າສົງໄສ ເພື່ອແກ້ໄຂຂໍ້ຂ້ອງໃຈ. ອີງຕາມຜູ້ກໍ່ຕັ້ງສາສະໜານີ້, ຄົນເຮົາບໍ່ຄວນຈະນັບຖືສິ່ງໃດໆພຽງແຕ່ວ່າມີຄູອາຈານສຳຄັນສັ່ງສອນມາ ຫຼື ຍ້ອນມີຄົນນັບຖືສືບໆກັນມາຢ່າງຫຼວງຫຼາຍ ແຕ່ຄວນຈະໃຊ້ສາມັນສຳນຶກແລະປັນຍາພື້ນຖານແລະນັບຖືເມື່ອເຫັນວ່າຄວນຄ່າແກ່ການນັບຖື.
ສາສະໜານີ້ສອນ ຫຼັກອະຣິຍະມັກຄ໌ມີອົງແປດເຊິ່ງປະກອບມີ: ສັມມາທິດຖິ, ສັມ ມາສັງກັບປະ, ສັມມາວາຈາ, ສັມມາກັມມັນຕາ, ສັມມາວາຍະມະ, ສັມມາສະຕິ ແລະສັມມາສະມາທິ ເປັນຫົນທາງມັດຊິມາປະຕິປະທາທີ່ເປັນໜຶ່ງດຽວ ເພື່ອນຳໄປສູ່ການດຳເນີນຊີວິດທີ່ປະເສີດ ແລະເຮັດໃຫ້ຜູ້ປະຕິບັດອື່ນໆອີກສາມາດນຳໄປສູ່ການດຳເນີນຊີວິດທີ່ມີຄວາມສະຫງົບສຸກ.
ມັດຊິມາປະຕິປະທາ ບໍ່ແມ່ນທັງເສັ້ນທາງແຫ່ງອະພິປຣັຊຍະ ແລະບໍ່ແມ່ນເສັ້ນ ທາງທີ່ເນັ້ນໄປທາງພິທີກັມ, ບໍ່ແມ່ນລັດທິຄຳພີຕາຍຕົວ, ບໍໍ່ແມ່ນລັດທິແຫ່ງວິຈິກິດສາ(ຄວາມສົງໄສ), ບໍ່ແມ່ນການໝົກໝົ້ນໃນຕົນເອງ ທັງບໍ່ແມ່ນການທໍລະມານຕົນ, ບໍ່ແມ່ນລັດທິນິຣັນດອນນິຍົມ, ບໍ່ແມ່ນລັດທິນັດຖິນິຍົມ(ລັດທິເຊື່ອວ່າທຸກຢ່າງສູນເປົ່າ), ບໍ່ແມ່ນລັດທິທີ່ເຫັນທຸກຢ່າງເປັນທາງລົບ ແລະທັງບໍ່ແມ່ນລັດທິທີ່ເຫັນທຸກຢ່າງເປັນທາງບວກ; ແຕ່ມັນແມ່ນຫົນທາງສູ່ການຕັດສະຮູ້, ເປັນວິທີທາງຂອງການຫຼຸດພົ້ນອອກຈາກຄວາມທຸກ. ສາສະໜານີ້ບໍ່ເຫັນດີວ່າ ມະນຸດທີ່ກຳລັງທຸກທໍລະມານໃນໂລກນີ້ປັດຈຸບັນນີ້ ຍ້ອນມີເຫດມາຈາກບາບກັມທີ່ບັນພະບຸລຸດຂອງຕົນເອງໄດ້ກະທຳມາ; ແຕ່ໃນທາງກົງກັນຂ້າມ ທຸກໆຄົນ ມີບຸນແລະບາບແມ່ນຂອງສະເພາະຕົນ. ມະນຸດເອງເທົ່ານັ້ນເປັນຜູ້ໄດ້ຮັບຄວາມສຸກຫຼືຄວາມທຸກດ້ວຍຕົນເອງ.
ຜູ້ປະຕິບັດຕາມມັດຊິມາປະຕິປະທາ ຫຼື ທາງສາຍກາງ ຄວນທີ່ຈະສະແຫວງຫາສັນຕິສຸກແລະຄວາມສຸກ ແລະຄວນທີ່ຈະສາມາດດຳເນີນຊີວິດທີ່ດີນີ້ໂດຍປາດສະຈາກການຕົກເປັນທາດຂອງອາຍະຕະນະຂອງຕົນ, ຈິ່ງຈະປະກອບສ່ວນສູ່ສັນຕິ ພາບ ແລະຄວາມສາມັກຄີຂອງໂລກ.

THE MIDDLE-WAY

The religion that is being introduced in this booklet is a practical educational system for mental culture which was revealed to the world some twenty five centuries ago, by a most enlightened and compassionate Teacher. This religion is also known as the “MIDDLE-WAY, righteous way of life, ethico-philosophical system and a religion of freedom and reason.” It teaches us to do three main things: namely, “KEEP AWAY FROM BAD DEEDS, DO GOOD AND PURIFY THE MIND.”
This message is very simple, meaningful and practical, yet people experience difficulties when they put them into practice due to inherent human weaknesses. The moral conduct of man plays a most important part in this religion. Its great Teacher once said, “My teaching is not to come and believe, but to come, see and practise.” It encourages people to study His teachings fully and allows them to use their own judgement to decide as to whether they should accept the teachings or otherwise. No one is asked to come and embrace this religion blindly without first having an understanding of its teachings.
Superfluous rites and rituals have no real religious value or significance. There are no superstitious beliefs and practices or secret doctrines in this religion. Everything is open to the choice of the followers who are at liberty to investigate the teachings and ask questions whenever they want to clear their doubts. According to the founder of this religion, one should not believe anything merely because a great sage has introduced it or because it is traditionally accepted by many but one should use one’s common sense and intelligence and accept it only if it is worth while to do so.
This religion teaches that the Noble Eight-fold Path which consists of Right Understanding, Right-thought, Right-speech, Right-action, Right-livelihood, Right-effort,
1
Right-mindfulness and Right-concentration is the unique middle way to lead a noble life and allow others also to lead a peaceful life.
The middle way is neither a metaphysical path nor a ritualistic path; neither dogmatism nor skepticism, neither self-indulgence nor self mortification; neither eternalism nor nihilism, neither pessimism nor optimism; it is a path of Enlightenment, a means of deliverance from suffering. This religion does not agree that human beings are suffering in this world today because of the sins committed by their ancestors; on the contrary every person carries his or her own merits or demerits individually. Man himself is solely responsible for his own pain or pleasure.
One who follows the middle path or moderation should find real peace and happiness and should be able to lead a respectable life without being a slave to one’s senses, thus contributing to the peace and harmony of the world.

No comments:

Post a Comment