ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Friday, January 20, 2012

ເຮັດສິ່ງໃດໄດ້ສິ່ງນັ້ນ

ສາສະໜານີ້ໄດ້ມອບແຮງບັນດານໃຈອັນເລິກເຊິ່ງແລະສູງສົ່ງແກ່ມະນຸດ ແລະນອກຈາກນີ້ ຍັງອົດທົນອົດກັ້ນຕໍ່ຄວາມເຄັ່ງຕຶງວຸ່ນວາຍຂອງຊີວິດປະຈຳວັນຂອງມະນຸດ, ຊ່ວຍເຫຼືອມະນຸດໃນການຕິດຕໍ່ພົວພັນກັບເພື່ອນມະນຸດດ້ວຍກັນ ນອກຈາກນີ້ ຍັງຊີ້ນຳສູ່ເປົ້າໝາຍແຫ່ງການດຳເນີນຊີວິດ. ເປັນສາສະໜາທີ່ບໍ່ເຮັດໃຫ້ມະນຸດເກີດຄວາມຢ້ານກົວ. “ເຮັດດີຍ່ອມໄດ້ດີ, ເຮັດຊົ່ວຍ່ອມໄດ້ຊົ່ວ”. “ທຸກການກະທຳ ຍ່ອມມີຜົນຕາມມາ”. ນີ້ຄືກົດເກນຂອງສາກົນ. ສາສະໜານີ້ ເຫັນດີຕາມຫຼັກ 3 ປະການນີ້, ດ້ວຍເຫດນີ້ ຄົນເຮົາຍ່ອມໄດ້ຮັບ “ໃນສິ່ງທີ່ຕົນເອງກະທຳລົງໄປ”. ກັມຊົ່ວ ຍ່ອມເກີດກໍ່ເກີດຂື້ນຈາກ ຄວາມໂລບ, ຄວາມໂກດ ແລະອະວິດຊາຂອງມະນຸດ. ສະພາບຄວາມອ່ອນແອເຊັ່ນນີ້ສາມາດເອົາຊະນະໄດ້ດ້ວຍການຮູ້ແຈ້ງດ້ວຍຕົນເອງ. ຄວາມສຸກແລະຄວາມທຸກທີ່ມະນຸດກຳລັງປະສົົບຢູ່ໃນໂລກນີ້ ບໍ່ໄດ້ເກີດມາຈາກອົດທິພົນພາຍນອກແຕ່ຢ່າງໃດ ແຕ່ເກີດຂື້ນຈາກການກະທຳດີ ແລະຊົ່ວ, ຄຳເວົ້າແລະການກະທຳທີ່ຕົນເອງໄດ້ເຮັດລົງໄປ. ດ້ວຍເຫດຜົນນີ້ເອງ, ສາສະໜານີ້ຈິ່ງກ່າວວ່າ: “ພວກເຮົາເປັນຢູ່ແນວນີ້ ຍ້ອນມີຜົນມາຈາກອະດີດ, ແລະເຮົາກໍຈະໄດ້ຮັບຜົນໃນອະນາຄົດຈາກສິ່ງທີ່ເຮົາເປັນໃນປັດຈຸບັນນີ້”.

ອີງຕາມຄຳສອນນີ້, ເຫດແລະປັດໄຈ ເປັນສ່ວນໜຶ່ງທີ່ສຳຄັນຫຼາຍໃນຊີວິດຂອງພວກເຮົາ. ໃນວົງຈອນຂອງເຫດແລະປັດໄຈ, ເຫດທີໜຶ່ງບໍ່ສາມາດຢັ່ງເຫັນໄດ້ ເພາະວ່າ ເຫດກໍ່ໃຫ້ເກີດຜົນ ແລະຜົນປ່ຽນເປັນເຫດອີກ.




REAP WHAT YOU SOW

This religion satisfies man’s most profound and lofty aspirations and yet is able to bear the stress and strain of man’s everyday life, helping him in his contact with his fellow men, besides giving a purpose in life. It does not instill fear in people. “Good begets good and bad begets bad”. “Every action has its reaction.” These are universal laws. This religion fully agrees with these laws, hence people have to ‘reap what they sow’. Evil deeds are perpetrated by people due to their greed, anger and ignorance. Such weaknesses can only be overcome through self realization. Pleasure and pain which people experienced in this world are not due to some external influences but due to the good and bad actions, words and deeds which they themselves have committed. For this very reason, this religion says: ‘We are the results of what we were, and we will be the results of what we are.’
According to this teaching, cause and effect play a very important part in our lives. In a circle of cause and effect a first cause is inconceivable for cause ever becomes the effect and the effect in turn becomes the cause.

No comments:

Post a Comment