ສະບາຍດີທ່ານຜູ້ອ່ານ! ຍິນດີຕ້ອນຮັບສູ່ບລອກ ທັມມະພາກພາສາອັງກິດ!

Sunday, January 15, 2012

ເຖິງທ່ານຜູ້ອ່ານທີ່ຮັກແພງ

ທຸກຄົນຈະຕ້ອງມີສາສະໜາ ແລະສາສະໜານັ້ນ ຈະຕ້ອງເປັນສາສະໜາທີ່ສອດ ຄ່ອງກັບການໃຊ້ສະຕິປັນຍາ. ຖ້າບຸກຄົນໃດ ບໍ່ຮັກສາສິນໃນສາສະໜາໃດໜຶ່ງ ບຸກ ຄົນນັ້ນ ກໍຈະເປັນອັນຕະລາຍຕໍ່ສັງຄົມ. ໂດຍເຫດນີ້ເອງ ຈິ່ງບໍ່ມີຄວາມສົງໄສເລີຍວ່າ ເປັນຫຍັງນັກວິທະຍາສາດ ແລະນັກຈິດຕະວິທະຍາຈິ່ງເປີດກ້ວາງໂລກະທັດຂອງພວກເຮົາ ແຕ່ພວກເຂົາບໍ່ສາມາດ ທີ່ຈະບອກກ່ຽວກັບເປົ້າໝາຍໃນຊີວິດຂອງພວກເຮົາໄດ້. ແຕ່ສາສະໜາທີ່ດີສາມາດບອກເລື່ອງນີ້ໄດ້. ສະນັ້ນ, ຄົນເຮົາຈິ່ງສົມ ຄວນເລືອກນັບຖືສາສະໜາທີ່ມີຄວາມໝາຍແລະຫຼັກເຫດຜົນຕາມສັດທາຂອງຕົນໂດຍປາດສະຈາກການອີງອາໄສພຽງແຕ່ຕາມຄວາມເຊື່ອ, ຕາມປະເພນີ, ຮີດຄອງແລະທິດສະດີໃດໆ. ການບັງຄັບໃຫ້ຄົນອື່ນນັບຖືສາສະໜາຂອງຕົນໂດຍສວຍໃຊ້ຄວາມທຸກ, ຄວາມບໍ່ຮູ້ໜັງສື ແລະຄວາມຮູ້ສຶກອ່ອນແອຂອງຄົນອື່ນນັ້ນເປັນສິ່ງບໍ່ຄວນ. ການນັບຖືສາສະໜາ ຄວນຈະເປັນໄປຕາມລັກສະນະສະໝັກໃຈ. ມະນຸດຄວນຈະມີເສລີພາບໃນການເລືອກນັບຖືສາສະໜາຂອງຕົນຕາມຄວາມມັກແລະຄວາມສາມາດທາງສະຕິປັນຍາ. ການນັບຖືສາສະໜາແບບງົມງາຍໂດຍບໍ່ເຂົ້າ ໃຈ ກໍຈະເປັນການເສື່ອມເສຍຄຸນຄ່າທາງດ້ານຈິດໃຈ ແລະສູນເສຍກຽດສັກສີຂອງຄວາມເປັນມະນຸດຂອງຜູ້ນັບຖືສາສະໜານັ້ນໆ. ມະນຸດມີສະຕິປັນຍາ ແລະສາມັນສຳນຶກທີ່ຈະຮູ້ຈັກຈຳແນກວ່າ ອັນໃດຖືກແລະອັນໃດຜິດ. ພວກເຂົາສາມາດປັບຕົນເອງໃຫ້ເຂົ້າກັບສະພາບການໄດ້. ດ້ວຍເຫດນີ້ ພວກເຂົາຈິ່ງຄວນຈະເລືອກສາສະໜາ ທີ່ເຂົ້າກັບພວກເຂົາໄດ້ ແລະຕອບສະໜອງກັບພູມປັນຍາຂອງຄວາມເປັນມະ ນຸດຂອງພວກເຂົາ. ພວກເຂົາຄວນຈະໄດ້ຮັບການແນະນຳສັ່ງສອນຢ່າງຖືກ ຕ້ອງ ເໝາະສົມ. ຈົ່ງໃຫ້ໂອກາດເຂົາເຈົ້າເຫຼົ່ານັ້ນມີສິດຕັດສິນນັບຖືໂດຍປາດສະຈາກການນາບຂູ່ໂດຍປະການທັງປວງ.

MESSAGE FOR ALL

Every man must have a religion and that religion must be one which will appeal to the intellectual mind. A man failing to observe religious principles, becomes a danger to society. There is no doubt that scientist and psychologists have widened our horizon but they have not been able to tell us our purpose in life. A proper religion can do this. Man must therefore choose a rational and meaningful religion according to his conviction without depending on mere beliefs, traditions, customs and theories. No one has the right to force another person to accept any religion. No one should exploit poverty, illiteracy or arouse human emotional feelings to induce others to accept a religion. Religion should be a free choice. Man should be free to choose his own religion according to his liking and intellectual capacity. To follow a religion blindly without any understanding, would deprive the religion of its spiritual value and the follower of his human dignity. Human beings have intelligence and common sense to differentiate what is right and wrong. They can adapt themselves according to circumstances. They should therefore choose a religion that is adaptable to them and one that meets with their human intelligence. They must be properly guided. Give them a chance to decide freely without any undue coercion.

No comments:

Post a Comment